ປະກາດຮັບສະໝັກພະນັກງານ
ພະນັກງານບໍລິຫານ ແລະ ການເງີນໂຄງການ (Administration and Finance Officer)
ບ່ອນປະຈຳການ: ເມືອງ ຮຸນ, ແຂວງ ອຸດົມໄຊ ເຊິ່ງໄດ້ເດີນທາງໄປເຂດບ້ານເປົ້າໝາຍໂຄງການ 80%
ລາຍງານຕໍ່: ພະນັກງານບໍລິຫານຫ້ອງການ ແລະ ຫົວໜ້າການເງິນປະຈຳນະຄອນຫຼວງວຽງຈັນ.
ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງສັງຄົມທີ່ບໍ່ຫວັງຜົນກຳໄລ ສ້າງຕັ້ງຂື້ນໃນປີ 2012, ມີຄວາມຕ້ອງການເພື່ອນຮ່ວມງານໃນຕຳແໜ່ງ ພະນັກງານບໍລິຫານ ແລະ ການເງີນໂຄງການ ເພື່ອມາປະຕິບັດໂຄງການ “ໂຄງການສົ່ງເສີມຄວາມຮູ້ດ້ານເພດ ສຶກສາແບບມີສ່ວນຮ່ວມ ແລະ ການປັບປຸງຂອດການບໍລິການດ້ານສຸຂະພາບໃຫ້ເກີດປະໂຫຍດແກ່ໄວໜຸ່ມໃນໂຮງຮຽນມັດທະຍົມ ແລະ ໄວໜຸ່ມທີ່ປະລະການຮຽນ ແຂວງ ອຸດົມໄຊ (ອະນາຄົດຂອງຂ້ອຍ)” ທີ່ໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດຟິນແລນ ແລະ ອົງການແພລນສາກົນ ເຊິ່ງຈະໄດ້ຈັດຕັ້ງປະຕິບັດຢູ່ ເມືອງຮຸນ, ແຂວງອຸດົມໄຊ.
ໜ້າທີ່ຮັບຜິດຊອບ:
- ພະນັກງານບໍລິຫານ ແລະ ການເງິນໂຄງການຕ້ອງໄດ້ເຮັດວຽກຢ່າງໃກ້ຊິດກັບ ພະນັກງານບໍລິຫານການເງິນປະຈຳຫ້ອງການໃຫຍ່ ແລະ ຜູ້ປະສານງານໂຄງການພາກສະໜາມ
- ກວດສອບຄວາມຖືກຕ້ອງຂອງໃບບິນລາຍຮັບ-ລາຍຈ່າຍຕ່າງໆທີ່ເກີດຂື້ນໃນລະຫວ່າງການຈັດກິດຈະກຳໃນແຕ່ລະຄັ້ງຂອງໂຄງການ ແລ້ວສັງລວມສົ່ງຕໍ່ມາໃຫ້ຫ້ອງການປະຈຳນະຄອນຫຼວງ
- ປະຕິບັດຄຸ້ມຄອງການເງິນເຊັ່ນ: ຄັງເງິນສົດ, ການເຄື່ອນໄຫວຂອງເງິນສົດໃນແຕ່ລະວັນເພື່ອຂໍການອະນຸມັດເບີກຈ່າຍຜ່ານຄັງ, ທະນາຄານຕ່າງໆພ້ອມທັງສະຫຼຸບລາຍງານແຕ່ລະເດືອນ.
- ຈັດຕັ້ງປະຕິບັດວຽກງານ ບໍລິຫານ-ການເງິນ ຕາມລະບຽບຂອງສະມາຄົມ ລວມທັງສ້າງລະບົບການຕິດຕາມ ແລະ ມີການບັນທຶກການເຄື່ອນໄຫວຂອງເງິນສົດ, ການຄຸ້ມຄອງເອກະສານຕ່າງໆເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງ ສພຍຊ;
- ຂື້ນແຜນການນໍາໃຊ້ເງິນບໍລິຫານໃນແຕ່ລະເດືອນ ຕະຫຼອດຮອດການຊໍາລະຄ່າໃຊ້ຈ່າຍຕ່າງໆ ແລະ ເຄື່ອງຮັບໃຊ້ຫ້ອງການ;
- ຈັດກຽມການເດີນທາງໃຫ້ແກ່ທີມງານເຊັ່ນ: ຈອງປີ້ຍົນ, ກະກຽມເຊົ່າລົດໃຫຍ່, ລົດຈັກ ແລະ ອື່ນໆທີ່ກ່ຽວຂ້ອງ;
- ອໍານວຍຄວາມສະດວກໃຫ້ແກ່ທີມງານໃນການສົ່ງ – ຮັບເອກະສານ, ຮ່າງໃບສະເໜີຕ່າງໆ ເຖິງພາກສ່ວນກ່ຽວຂ້ອງ, ຮ່າງເອກະສານ ແຈ້ງການ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບວຽກງານຂອງສະມາຄົມ;
- ຕິດຕາມການນໍາໃຊ້ພາຫະນະຂອງສະມາຄົມ, ບັນທຶກການການນໍາໃຊ້-ການບໍາລຸງຮັກສາ, ຈົດທະບຽນຊັບສິນ ແລະ ຮັບປະກັນຄວາມປອດໄພ ເປັນຕົ້ນ ການນໍາໃຊ້ ພາຫະນະ, ເຄື່ອງຄອມພີວເຕີ ແລະ ຊັບສີນອື່ນໆ ຢູ່ໃນຫ້ອງການ;
- ເຮັດວຽກຮ່ວມກັບພະນັກງານຂອງສະມາຄົມ ເພື່ອຮັບປະກັນການສະຫນັບສະຫນູນດ້ານວຽກງານບໍລິຫານ ການເງິນ ທີ່ເຫມາະສົມໃຫ້ແກ່ທີມງານໂຄງການ; ໃຫ້ຄໍາແນະນໍາ ລະບຽບການດ້ານການເງິນຂອງສະມາຄົມ;
ທັກສະ ແລະ ຄຸນສົມບັດ:
- ເຂົ້າຮ່ວມໃນກອງປະຊຸມປະຈໍາອາທິດຂອງພະນັກງານຕະຫຼອດຮອດການປະຕິບັດກິດຈະກໍາຢູ່ໃນຂັ້ນທ້ອງຖີ່ນ ໃນບາງຄັ້ງ ຕາມຄວາມຈໍາເປັນ ເຊັ່ນ: ການປະເມີນຜົນໂຄງການ, ການຕິດຕາມ, ການຈັດຕັ້ງປະຕິບັດ ຕາມການສະເຫນີ ແລະ ເຫັນດີນໍາກັນ;
- ເຂົ້າຮ່ວມໃນການສ້າງຄວາມອາດສາມາດຂອງພະນັກງານທີ່ກ່ຽວຂ້ອງ, ອໍານວຍຄວາມສະດວກໃນເວລາຈັດກອງປະຊຸມສໍາມະນາ ແລະ ກິດຈະກໍາອື່ນໆ ພ້ອມທັງໃຫ້ຄໍາແນະນໍາແຂກມາຢ້ຽມຢາມສະມາຄົມ ຫລື ພົວພັນວຽກ;
- ສະໜັບສະໜູນພະນັກງານໂຄງການ ເພື່ອເຮັດໃຫ້ການຄຸ້ມຄອງທາງດ້ານການເງິນມີຄວາມສະດວກ ແລະ ໂປ່ງໃສ;
- ຮັບປະກັນການເຮັດວຽກຂອງພະນັກງານໃນຫ້ອງການໃຫ້ມີຄວາມສະດວກປອດໄພ, ລາຍງານການເຄື່ອນໄຫວພາຍໃນຫ້ອງການໃຫ້ຫົວຫນ້າສາຍງານໄດ້ຮັບຊາບຢ່າງເປັນປະຈໍາ ແລະ ຕໍ່ເນື່ອງ;
- ຕິດຕາມເອກະສານເຂົ້າ-ອອກຂອງສະມາຄົມ.
- ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ແລະ ຜູ້ທີ່ມີພູມລຳເນົາໃນເຂດພື້ນທີ່ດັ່ງກ່າວ.
ວິທີການສະໝັກ:
ສາມາດສົ່ງເອກະສານສະໝັກໂດຍໃສ່ຫົວຂໍ້ “Job Application – Admin Officer in Houn District” ເອກະສານປະກອບມີ (1) ຊີວະປະຫວັດ/CV (2)
ໃບຄຳຮ້ອງການສະໝັກວຽກ/Cover letter (ແບບຂອງຕົນເອງ). ສົ່ງມາທີ່ອີເມວ info@gdalaos.org, CC: souvanna.lorvanhnoy@hotmail.com ເບີໂທຕິດຕໍ່ 020 9155 9904 ໂດຍບໍ່ໃຫ້ກາຍວັນອາທິດ ທີ 15 ມັງກອນ 2023. ຜູ້ທີ່ໄດ້ຮັບຄັດເລືອກຈະໄດ້ຮັບການຕິດຕໍ່ເພື່ອເຂົ້າສຳພາດກັບທາງທີມງານ