ປະກາດຮັບສະໝັກພະນັກງານ
ພະນັກງານຮັບຜິດຊອບໂຄງການ (Project officer)
ບ່ອນປະຈຳການ: ເມືອງ ຮຸນ, ແຂວງ ອຸດົມໄຊ ເຊິ່ງໄດ້ເດີນທາງໄປເຂດບ້ານເປົ້າໝາຍໂຄງການ 80%
ລາຍງານຕໍ່: ຜູ້ປະສານງານໂຄງການ ແລະ ຜູ້ອຳນວຍການ
ສະມາຄົມພັດທະນາບົດບາດຍິງ-ຊາຍ (ສພຍຊ) ແມ່ນອົງການຈັດຕັ້ງສັງຄົມທີ່ບໍ່ຫວັງຜົນກຳໄລ ສ້າງຕັ້ງຂື້ນໃນປີ 2012, ມີຄວາມ ຕ້ອງການເພື່ອນຮ່ວມງານໃນຕຳແໜ່ງ ພະນັກງານຮັບຜິດຊອບໂຄງການ ເພື່ອມາປະຕິບັດໂຄງການ “ໂຄງການສົ່ງເສີມຄວາມຮູ້ດ້ານເພດ ສຶກສາແບບມີສ່ວນຮ່ວມ ແລະ ການປັບປຸງຂອດການບໍລິການດ້ານສຸຂະພາບໃຫ້ເກີດປະໂຫຍດແກ່ໄວໜຸ່ມໃນໂຮງຮຽນມັດທະຍົມ ແລະ ໄວໜຸ່ມທີ່ປະລະການຮຽນ ແຂວງ ອຸດົມໄຊ (ອະນາຄົດຂອງຂ້ອຍ)” ທີ່ໄດ້ຮັບທຶນສະໜັບສະໜູນຈາກກະຊວງການຕ່າງປະເທດຟິນແລນ ແລະ ອົງການແພລນສາກົນ ເຊິ່ງຈະໄດ້ຈັດຕັ້ງປະຕິບັດຢູ່ ເມືອງຮຸນ, ແຂວງອຸດົມໄຊ.
ໜ້າທີ່ຮັບຜິດຊອບ:
- ມີສ່ວນຮ່ວມໃນການກຳນົດບັນດາກຸ່ມເປົ້າໝາຍທີ່ໄວໜຸ່ມຍິງ-ຊາຍ ເພື່ອເຂົ້າຮ່ວມກິດຈະກຳ ແລະ ຮັບປະກັນໃຫ້ພວກເຂົາໄດ້ຮັບເລືອກຕາມເງື່ອນໄຂຂອງໂຄງການ
- ປະຕິບັດກິດຈະກຳ ແລະ ອໍານວຍຄວາມສະດວກໃຫ້ແກ່ການຝຶກອົບຮົມບົດບາດຍິງ-ຊາຍ, ກອງປະຊຸມສໍາມະນາຕ່າງໆ ອິງ ຕາມເນື້ອໃນໂຄງການ
- ປະສານງານກັບຂະແໜງການສຶກສາ, ສະຫະພັນແມ່ຍິງລາວ ຢູ່ຂັ້ນເມືອງ ແລະ ແຂວງ ພ້ອມກັບບັນດາຄູ່ຮ່ວມງານພາກລັດໃນທຸກລະດັບ, ອົງການຈັດຕັ້ງສາກົນບໍ່ສັງກັດລັດ ແລະ ບັນດາອົງການຈັດຕ້ັງທາງສັງຄົມລາວ ແລະ ຜູ້ອື່ນໆ ຕາມການດຳເນີນງານທີ່ຮຽກຮ້ອງ
- ປະຕິບັດກິດຈະກໍາໂຄງການຕາມຈຸດປະສົງທີ່ວາງໄວ້;
- ເຂົ້າຮ່ວມກອງປະຊຸມ, ກິດຈະກໍາ, ການຝຶກອົບຮົມ, ຊ່ວຍອຳນວຍຄວາມສະດວກກິດຈະກຳໃຫ້ຄວາມຮູ້ແກ່ກຸ່ມເປົ້າໝາຍ, ຄູ່ຮ່ວມງານ ແລະ ພາກສ່ວນກ່ຽວຂ້ອງ;
- ປະຕິບັດແຜນວຽກປະຈໍາອາທິດ ແລະ ປະຈໍາເດືອນ ໂດຍປຶກສາຫາລືກັບທີມງານ ສະມາຄົມ, ຂຽນບົດລາຍງານກິດຈະກໍາ ບົດລາຍງານປະຈຳໄຕມາດໂດຍອີງໃສ່ແຜນການສົົ່ງຫົວໜ້າສາຍງານ ແລະ ຜູ້ໃຫ້ທຶນ;
- ສະໜັບສະໜູນການຕິດຕາມ, ປະເມີນໂຄງການ ແລະ ປະຕິບັດຕາມນະໂຍບາຍຂອງໂຄງການ;
- ກະກຽມບົດລາຍງານຂອງໂຄງການ ແລະ ການປະຕິບັດແຜນງານ ແລະ ງົບປະມານ;
- ການປະສານກັບບັນດາແຜນງານຂອງໂຄງການສະເພາະໃດໜຶ່ງ, ການຝຶກອົບຮົບ ຫຼື ກິດຈະກຳຊຸກຍູ້ສົ່ງເສີມຕ່າງໆຕາມການຊີ້ນຳຂອງຫົວໜ້າສາຍງານ.
- ແລະ ໜ້າວຽກອື່ນໆທີ່ຕິດພັນກັບໜ້າທີ່ຮັບຜິດຊອບ ແລະ ພະລະບົດບາດ ຕາມການມອບໝາຍຂອງສະມາຄົມ.
ການວາງແຜນ ແລະ ການລາຍງານ:
- ປຶກສາຫາລືກັບ ສພຍຊ ປະຈຳອາທິດ ແລະ ປະຈຳເດືອນກ່ຽວກັບແຜນວຽກໂຄງການ
- ການສ້າງແຜນວຽກກິດຈະກຳ ແລະ ງົບປະມານ, ພ້ອມກັບຂຽນບົດລາຍງານແຜນກິດຈະກຳເພື່ອລາຍງານຜູ້ປະສານງານໂຄງການ ແລະ ຜູ້ອຳນວຍການ ຂອງ ສພຍຊ
- ການລາຍງານຄວາມຄືບໜ້າຂອງການປະຕິບັດງານໂຄງການຢ່າງເປັນປະຈຳໃຫ້ກັບຜູ້ປະສານງານໂຄງການ/ຜູ້ອຳນວຍການຂອງ ສພຍຊ
- ຂຽນບົດລາຍງານປະຈຳໄຕມາດ ແລະ 6 ເດືອນຕາມແຜນງານຂອງໂຄງການໃຫ້ກັບ ຜູ້ບໍລິຫານໂຄງການ/ຜູ້ອຳນວຍການຂອງ ສພຍຊ
- ຂຽນບົດລາຍງານການເຂົ້າຮ່ວມບັນດາປະຊຸມ, ການຝຶກອົບຮົມ ແລະ ວຽກງານຕ່າງໆທີ່ໄດ້ເຂົ້າຮ່ວມ
ທັກສະ ແລະ ຄຸນສົມບັດ:
- ຊັ້ນສູງ ຫຼື ທຽບເທົ່າໃນສາຍພັດທະນາຊຸມຊົນ ແລະ ບັນດາສາຍຮຽນຕ່າງໆທີ່ກ່ຽວຂ້ອງ
- ປະສົບການເຮັດວຽກຢ່າງໜ້ອຍ 2 ປີ ໃນສາຍທີ່ຮຽນ ຫຼື ກ່ຽວຂ້ອງ, ລວມທັງປະສົບການເຮັດວຽກໃນຂັ້ນຊຸມຊົນ;
- ເຄີຍມີປະສົບການເຮັດວຽກກັບບັນດາອົງການຈັດຕ້ັງສາກົນທີ່ບໍ່ສັງກັດລັດ ຫຼື ສະມາຄົມທີ່ບໍ່ສະແຫວງຜົນກຳໄລ ແລະ ການເຮັດວຽກເປັນທີມ, ການເຮັດວຽກຢູ່ເຂດຫ່າງໄກຊອກຫຼີກ ຫຼື ຊຸມຊົນທີ່ທຸກຍາກ ແລະ ອື່ນໆມີຄວາມເຂົ້າໃຈເນື້ອໃນກ່ຽວກັບບົດບາດຍິງ-ຊາຍຢູ່ໃນ ສປປ ລາວ
- ມີທັກສະການເຮັດວຽກເປັນທີມ ແລະ ການສ້າງສາຍສຳພັນກັບບັນດາຜູ້ທີ່ມີສ່ວນຮ່ວມທີ່ຫຼາກຫຼາຍໃນໂຄງການ, ຊຸມຊົນ ແລະ ຊົນເຜົ່າຕ່າງໆ
- ສາມາດຂຽນ ແລະ ສື່ສານພາສາອັງກິດໄດ້ດີ
- ຈະພິຈາລະນາເປັນພິເສດສຳລັບບຸກຄົນທີ່ມີຄວາມເປັນພິການ, ຊົນເຜົ່າ, ແມ່ຍິງ, ຜູ້ດ້ອຍໂອກາດ, ກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ ແລະ ຜູ້ທີ່ມີພູມລຳເນົາໃນເຂດພື້ນທີ່ດັ່ງກ່າວ.
ວິທີການສະໝັກ:
ສາມາດສົ່ງເອກະສານສະໝັກໂດຍໃສ່ຫົວຂໍ້ “Job Application – Project Officer in Houn District” ເອກະສານປະກອບມີ (1) ຊີວະປະຫວັດ/CV (2)
ໃບຄຳຮ້ອງການສະໝັກວຽກ/Cover letter (ແບບຂອງຕົນເອງ). ສົ່ງມາທີ່ອີເມວ info@gdalaos.org, CC: souvanna.lorvanhnoy@hotmail.com ເບີໂທຕິດຕໍ່ 020 9155 9904 ໂດຍບໍ່ໃຫ້ກາຍວັນອາທິດ ທີ 15 ມັງກອນ 2023. ຜູ້ທີ່ໄດ້ຮັບຄັດເລືອກຈະໄດ້ຮັບການຕິດຕໍ່ເພື່ອເຂົ້າສຳພາດກັບທາງທີມງານ