ເພື່ອເປັນການລະນຶກເຖິງວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ. ສະຫະພັນແມ່ຍິງນະຄອນຫລວງ, ພະແນກສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ຮ່ວມກັບ ສະມາຄົມພັດທະນາບົດບາດຍິງ-ຊາຍ ໄດ້ຮ່ວມກັນຈັດຕັ້ງປະຕິບັດກິດຈະກຳ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ທີ່ ສະໂມສອນ ຫ້ອງວ່າການປົກຄອງເມືອງສັງທອງ, ນະຄອນຫລວງວຽງຈັນ, ໃນວັນສຸກ ທີ 7 ທັນວາ 2018 ເລີ່ມເວລາ 8:00-11:00 ໂມງ. ໂດຍພາຍໃຕ້ຫົວຂໍ້ປະຈຳປີນີ້ຄື: “ຮັບຟັງຂ້ອຍແດ່ (HearMeToo)”
ໂດຍມີບັນດາແຂກຈາກທາງຫ້ອງວ່າການປົກຄອງເມືອງສັງທອງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງເມືອງ, ພະນັກງານ, ຄູອາຈານ, ຊາວໜຸ່ມ ຍິງ-ຊາຍ ແລະ ນ້ອງໆນັກຮຽນຈາກໂຮງຮຽນອ້ອມຂ້າງ, ພະແນກສົ່ງເສີມຄວາມກ້າວໜ້າແມ່ຍິງນະຄອນຫລວງ ແລະ ເມືອງສັງທອງ, ພ້ອມທັງພະນັກງານ ແລະ ສະມາຊິກຈາກສະມາຄົມພັດທະນາບົດບາດຍິງ-ຊາຍ ເຂົ້າຮ່ວມ ທັງຫມົດ ປະມານ 290 ທ່ານ.
ພາຍໃນງານໄດ້ມີກິດຈະກຳອັນປະກອບມີ:
• ການອ່ານປະຫວັດຄວາມເປັນມາຂອງວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ນຳສະເໜີເນື້ອໃນຄວາມຮຸນແຮງ.
• ການອ່ານສານຂອງ ພະນະທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມທັງເປັນ.
ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ.
• ກິດຈະກຳຕອບຄຳຖາມ ຮັບລາງວັນ.
• ການສະແດງລະຄອນເວທີ ຈາກນ້ອງນັກຮຽນ ໂຮງຮຽນມັດທະຍົມສົມບູນເຈົ້າອານຸວົງ ເລື່ອງ “ຮູ້ເທົ່າບໍ່ເຖິງການ” ທີ່ເວົ້າເຖິງຄວາມຮຸນແຮງພາຍໃນຄອບຄົວ ແລະ ຜົນຮ້າຍຂອງການຄ້າມະນຸດ.
• ການສະແດງບົດຟ້ອນ “ສະຫຼອງ 2 ວັນປະຫວັດສາດ ຂອງຊາດລາວ” ຈາກນ້ອງນັກຮຽນ ໂຮງຮຽນມັດທະຍົມສົມບູນສີທອງ.
ເຊິ່ງບັນດາກິດຈະກຳຕ່າງໆເປັນການປຸກລະດົມ ແລະ ປູກຝັງຈິດສຳນຶກໃນການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນຊາວໜຸ່ມນັກຮຽນແມ່ນມີຄວາມສົນໃຈເປັນພິເສດ ເຊິ່ງເປັນການດີໃນການທີ່ພວກເຂົາຮັບຮູ້ ແລະ ນຳເອົາໄປປະຕິບັດໃຊ້ໃນການຊີວິດປະຈຳວັນ ເພື່ອຢຸດຕິ ແລະ ລືບລ້າງທຸກການໃຊ້ຄວາມຮຸນແຮງໃຫ້ໝົດໄປຈາກສັງຄົມ