ຂອບເຂດໜ້າວຽກ (ToR)
-
ຄວາມເປັນມາ
ສະມາຄົມພັດທະນາບົດບາດຍິງ-ຊາຍ (GDA) ແມ່ນສະມາຄົມທີ່ບໍ່ຫວັງຜົນກຳໄລ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມຂອງສັງຄົມຢູ່ ສປປ ລາວ, ໂດຍເນັ້ນການມີສ່ວນຮ່ວມຂອງແມ່ຍິງ ແລະ ກຸ່ມຄົນທີ່ດ້ອຍໂອກາດ. GDA ດຳເນີນງານຜ່ານການສ້າງຂີດຄວາມສາມາດ, ການຄົ້ນຄວ້າ, ກິດຈະກຳສ້າງຄວາມເຂັ້ມແຂງແກ່ຊຸມຊົນ, ການສ້າງເຄືອຂ່າຍ ແລະ ປະກອບສ່ວນການປຶກສາຫາລືດ້ານນະໂຍບາຍ ໂດຍຮ່ວມມືກັບອົງການຈັດຕັ້ງທາງສັງຄົມລາວແລະ ຄູ່ຮ່ວມພັດທະນາພາກສ່ວນຕ່າງໆ.
ການສົ່ງຕໍ່ຂໍ້ມູນຜ່ານການຂຽນບົດລາຍງານ ເປັນວຽກທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ພະນັກງານທຸກຄົນຄວນຮູ້ ແລະ ປະຕິບັດຢ່າງຈີງຈັງ ເນື່ອງຈາກວ່າ ມັນເປັນການສົ່ງຕໍ່ຜົນງານ, ຜົນສຳເລັດ ສີ່ງທີ່ເຮົາໄດ້ປະຕິບັດ ແລະ ຂໍ້ສະເໜີແນະຕ່າງໆ ລວມເຖິງບົດຮຽນທີ່ດີນັ້ນ ເຜີຍແຜ່ອອກສູ່ສາຍຕາຂອງພາກສ່ວນອື່ນ ທີ່ບໍ່ຢູ່ໃນເຫດການນັ້ນໆ. ສະນັ້ນ, ເຕັກນິກການຂຽນ ຈຶ່ງເປັນບັນຫາສຳຄັນທີ່ທຸກຄົນຕ້ອງໄດ້ສຶກສາເຂົ້າໃຈ ແລະ ຮູ້ວິທີການ ອື່ນໆ ທີ່ກ່ຽວຂ້ອງ. ໃນວາລະກອງປະຊຸມປະຈຳປີ 2026 ນີ້ ຖືວ່າເປັນໂອກາດສໍາຄັນທີ່ຈະໄດ້ທົບທວນຄືນການປະຕິບັດວຽກງານຜ່ານມາ, ລາຍງານຄວາມຄືບໜ້າ ແລະ ການຈັດບຸລິມະສິດວຽກໃນອະນາຄົດ. ດັ່ງນັ້ນ, ຈື່ງຕ້ອງການຮັບສະໝັກ ຊ່ຽວຊານດ້ານການເຮັດ/ການຂຽນບົດລາຍງານ ແລະ ການນຳສະເໜີຜົນງານຢ່າງມືອາຊີບ ເພ່ືອຝຶກອົບຮົມໃຫ້ພະນັກງານສະມາຄົມ ໃຫ້ສາມາດ ເປັນຜູ້ທີ່ມີຄວາມຮູ້ ແລະ ມີທັກສະ ໃນຫົວຂໍ້ທີ່ກ່າວມາຂ້າງເທີງນັ້ນ.
2. ຈຸດປະສົງ
- ເພື່ອເພີ່ມທັກສະການຂຽນບົດລາຍງານທີ່ມີປະສິດທິຜົນ ໂດຍເນັ້ນເຖິງການນຳໃຊ້ເຕັກນິກ, ການຈັດສັນເນື້ອໃນ, ພາສາທີ່ນຳໃຊ້, ຄວາມລະອຽດ ຂໍ້ຄວາມສຳຄັນທີ່ສຳຄັນ ແລະ ຄຳສັບທີ່ແທດເໝາະ ເພື່ອດືງດູດໃຫ້ຜູ້ອ່ານມີຄວາມເພຶ່ງພໍໃຈ;
- ເພື່ອເພີ່ມທັກສະໃນການເຮັດບົດນຳສະເໜີ ໂດຍເນັ້ນທັກສະການຈັດລຳດັບເນື້ອໃນ, ການດຶງດູດຄວາມສົນໃຈຜູ້ຟັງ, ການສະແດງອອກ, ທ່າທາງ, ພາສາກາຍ, ການຄວບຄຸມເວລາ ແລະ ວິທີການນຳສະເໜີໃຫ້ສຳລັບກຸ່ມຜູ້ຟັງທີ່ແຕກຕ່າງກັນ;
- ເພື່ອເພີ່ມທັກສະໃນການນຳໃຊ້ PowerPoint, ການນໍາໃຊ້ AI ເພື່ອຊ່ວຍວຽກຂຽນ ແລະ ການນຳສະເໜີ ຢ່າງເໝາະສົມ.
3. ເນື້ອໃນ ແລະ ວິທີການ:
- ການກຳນົດຈຸດປະສົງການຂຽນບົດລາຍງານ, ຮູບແບບ, ກຳນົດອົງປະກອບ ໂຄງສ້າງ ຫົວຂໍ້ທີ່ສຳຄັນ ໂດຍເນັ້ນການຂຽນຜົນໄດ້ຮັບ, ສິ່ງທ້າທາຍ, ບົດຮຽນ, ຂໍ້ສະຫຼຸບ ແລະ ຂໍ້ສະເໜີແນະ;
- ວິທີການການນຳໃຊ້ແຫຼ່ງຂໍ້ມູນຈາກມືນ່ຶງ ມືສອງ, ຂໍ້ມູນເປັນຕົວເລກ; ການສັງລວມຂໍ້ມູນຈາກຫຼາຍແຫຼ່ງ ການກວດແກ້ ເພ່ືອໃຫ້ການເປັນບົດລາຍງານທີ່ສົມບູນແບບ ສາມາດນຳໃຊ້ໄດ້;
- ຍົກຕົວຢ່າງ ບົດລາຍງານໃດນ່ຶງ ເຊັ່ນລາຍງານປະຈຳເດືອນ ລາຍງານໃຫ້ຄູ່ຮ່ວມງານພາກລັດ, ລາຍງານໃຫ້ຫົວໜ້າໂຄງການ ຫຼື ອຳນວຍການ ຫຼື ບົດລາຍງານຄວາມຄືບໜ້າ 6 ເດືອນ 12 ເດືອນ ເປັນພາສາອັງກິດ ເພ່ືອລາຍງານໃຫ້ຝ່າຍທຶນ/ຄູ່ຮ່ວມ ພັດທະນາ; ບົດລາຍງານກິດຈະກຳ, ຫຼື ບົດລາຍງານກນເຂົ້າຮ່ວມຝຶກອົບຮົມ ຫລື ເຄືອຂ່າຍ;
- ການຝຶກຈະເນັ້ນທັກສະການນຳສະເໜີໂດຍລວມ ທີ່ສາມາດປັບໃຊ້ໄດ້ກັບຫຼາຍກຸ່ມຜູ້ຟັງ ເຊັ່ນ: ຊຸມຊົນ, ພາກລັດ, ຄູ່ຮ່ວມງານ, ຜູ້ໃຫ້ທຶນ ແລະ ເວທີລະດັບຊາດ/ສາກົນ;
- ການຈັດລຳດັບເນື້ອໃນ ການເປີດ-ປິດ ການນຳສະເໜີທີ່ໜ້າສົນໃຈ; ການໃຊ້ນ້ຳສຽງ, ຈັງຫວະ, ຄວາມໄວ ແລະ ການຢຸດ; ພາສາກາຍ, ການສົບຕາ, ທ່າຢືນ, ການໃຊ້ມື, ສີໜ້າ ແລະ ການເຄື່ອນໄຫວ; ການດຶງດູດຜູ້ຟັງ, ການຮັກສາເວລາ, ຄວບ ຄຸມຄວາມຕື່ນເຕັ້ນ ແລະ ຕອບຄຳຖາມໄດ້ຢ່າງເໝາະສົມ;
- ການເຂົ້າເຖິງຫຼັກການສ້າງ PowerPoint ທີ່ຈະແຈ້ງ, ອ່ານງ່າຍ ແລະ ບໍ່ມີຂໍ້ຄວາມຫຼາຍເກີນໄປ; ການເລືອກຮູບ, ແຜນພູມ, ຕາຕະລາງ ຫຼື ສື່ພາບ ໃຫ້ເໝາະສົມ; ການໃຊ້ປັນຍາປະດິດໃນການ ຊ່ວຍຮ່າງ-ສັງລວມ-ກວດແກ້ ເອກະສານ ແລະ ກະກຽມ ຂໍ້ຄວາມສຳຄັນ ເພ່ືອການນຳສະເໜີ; ການຮັກສາຂໍ້ມູນໄວ້ໃນບ່ອນທີ່ປອດໄພ.
4. ການກະກຽມກ່ອນການຝຶກ
ຄູຝຶກຈະຕ້ອງກຳນົດຫົວຂໍ້ຝືກອົບຮົມ ແທດເໝາະ ຕາມກອບເວລາທີ່ກຳນົດໄວ້, ປະເມີນຄືນຄວາມສາມາດຂອງຜູ້ເຂົ້າຮ່ວມກ່ອນ ແລະ ຫຼັງການຝຶກ ເຮັດບົດລາຍງານຜົນຂອງການຝຶກອົບຮົມມີສະເໜີແນະ ເພື່ອປັບປຸງໃນຕໍ່ໜ້າ.
5. ຄວາມຄາດຫວັງ
- ຜູ້ເຂົ້າຮ່ວມຈະໄດ້ຮູ້ເຕັກນິກ, ວິທີການຂອງການເຮັດບົດລາຍງານທີ່ມີຄຸນນະພາບ, PowerPoint, ເອກະສານປະ ກອບ, ແບບຝຶກຫັດ ແລະ ເອກະສານການຝຶກ; ຕົວຢ່າງ ແບບຟອມລາຍງານ, ແລະ ການນຳໃຊ້ປັນຍາປະດິດ;
- ຈະຮູ້ວິທີການກະກຽມ ບົດນຳສະເໜີ ຢ່າງເປັນມືອາຊີບ ລວມເຖິງເຕັກນິກໃນການບັນລະຍາຍທີ່ເຕັມໄປດ້ວຍຄວາມໝັ້ນໃຈ ແລະ ກ້າສະແດງອອກ.
6. ໄລຍະເວລາ
ລວມທັງໝົດ 3 ວັນເຮັດວຽກ ປະກອບດ້ວຍ 1 ວັນ ມື້ກະກຽມຝຶກອົບຮົມ ການດັດແກ້ຄູ່ມືການສອນ ແບບຟອມຕ່າງ, 1 ວັນ ມື້ຝຶກອົບຮົມ ແລະ 1 ວັນ ມື້ທົບທວນຜົນຂອງການຝຶກອົບຮົມ ແລະ ຂຽນບົດລາຍງານການຝຶກອົບຮົມ.
ພາສາທີ່ໃຊ້: ພາສາລາວ; ສ່ວນ PowerPoint ແລະ ເອກະສານປະກອບນຳໃຊ້ພາສາລາວເປັນຫຼັກ ໂດຍສາມາດໃຊ້ຄຳສັບເປັນພາສາອັງກິດ ນໍາໄດ້. ສຳລັບບົດລາຍງານຜົນຂອງການຝຶກອົບຮົມ ເຮັດເປັນ ທັງພາສາລາວ ແລະ ພາສາອັງກິດ.
7. ຄຸນວຸດທິ ແລະ ຄວາມສາມາດ
- ປະສົບການໃນວຽກງານພັດທະນາຊຸມຊົນ ຫຼາຍກວ່າ 5 ປີ;
- ປະສົບການດ້ານການຂຽນລາຍງານ, ການນຳສະເໜີ ຫຼື ການສື່ສານ; ການຈັດຝຶກທີ່ເນັ້ນການປະຕິບັດ;
- ຄວາມຮູ້ດ້ານ PowerPoint ແລະ AI; ທັກສະການສື່ສານພາສາລາວ ແລະ ອັງກິດ ທີ່ຄ່ອງແຄ້ວ;
ຜູ້ສະໝັກ ກະລຸນາສົ່ງ: ປະຫວັດຫຍໍ້ (CV); ບົດນໍາສະເໜີ ແລະ ແຜນການຝຶກ ຕາມ ToR ທີ່ລະບຸໄວ້ໃນເບື້ອງຕົ້ນ, ແລະ ຄ່າຄູຝຶກ ພ້ອມດ້ວຍອີກ reference-01 ທ່ານ ເພື່ອຢືນຢັນ ຜົນງານການເຮັດວຽກ.
ສົ່ງເຖິງ: GDA ອີເມວ: info@gdalaos.org ແລະ phouvanhse@gmail.com; ເບີໂທ: 020 55 620 722 (ທ່ານ ນາງ ພູວັນ ແສນຄຳຕີ) ພາຍໃນກຳນົດ 02 ຕຸລາ 2026.
