ໃນວັນທີ 28 ເດືອນຕຸລາ 2016 ທີ່ຜ່ານມາ ສະມາຄົມພັດທະນາບົດບາດຍິງ-ຊາຍໄດ້ຈັດກອງປະຊຸມໃຫຍ່ສະໄໝສາມັນ ຄັ້ງທີ່ I ຢູ່ທີ່ເຮືອນຮຽນຮູ້ ນະຄອນຫລວງວຽງຈັນ. ມີຜູ້ເຂົ້າຮ່ວມ ທັງຫມົດ 26 ທ່ານ (ຍິງ 17 ແລະ ຊາຍ 9) ຊື່ງແມ່ນສະມາຊິກສະມາຄົມ, ຄະນະບໍລິຫານງານ ແລະ ຜູ້ຕາງຫນ້າຈາກກະຊວງພາຍໃນ. ກອງປະຊຸມໄດ້ມີ 2 ຫົວຂໍ້ໃຫຍ່ຄື:
- ລາຍງານການເຄື່ອນໄຫວ ຂອງສະມາຄົມໃນໄລຍະ 3 ປີ.
- ເລືອກຕັ້ງຄະນະບໍລິຫານສະມາຄົມຊຸດໃໝ່
ໃນກອງປະຊຸມຄັ້ງນີ້ທ່ານ ນາງ ມະນີວັນ ສຸ້ຍຍະວົງ ອຳນວຍການສະມາຄົມພັດທະນາບົດບາດຍິງ-ຊາຍໄດ້ນຳສະເໜີໂຄງການທີ່ຜ່ານມາ 3 ປີ ພ້ອມທັງຈຸດດີ ແລະ ຈຸດອ່ອນ ໃນການຈັດຕັ້ງປະຕິບັດ. ຜູ້ເຂົ້າຮ່ວມ ໄດ້ ປະກອບຄຳເຫັນ ຕໍ່ແນວທາງການຈະແກ້ໄຂ ສິ່ງທີ່ຄ້າງຄາ ແລະ ປັບປຸງວຽກງານໃຫ້ດີຂຶ້ນ. ກອງປະຊຸມໄດ້ຈັດການເລືອກຕັ້ງຄະນະບໍລິຫານສະມາຄົມຊຸດໃໝ່(ຊຸດທີ 2) ໂດຍມີຜູ້ລົງສະໝັກເລືອກຕັ້ງ 08 ທ່ານ ແລະ ຄັດເລືອກເອົາ 3 ທ່ານເປັນຄະນະບໍລິຫານຊຸດທີ 2 ແລະ ຄະນະກວດກາ 2 ທ່ານ ມີລາຍຊື່ດັ່ງນີ້:
- ທ່ານ ວຽງປະສິດ ທິບພະສຸດາ – ປະທານ
- ທ່ານ ນາງ ຈັນທິລາ ກົງທອງທີບ – ຮອງປະທານຜູ້ທີ 1
- ທ່ານ ແສງທອງ ໂພທິສານ – ຮອງປະທານຜູ້ທີ 2
ຄະນະກວດກາ
- ທ່ານ ນາງ ກົງໄຈ ວິຊາເທບ – ຫົວຫນ້າຄະນະກວດກາ
- ທ່ານ ແກ້ວວິໄຊ ບຸນເຕີມ – ຮອງຄະນະກວດກາ
On 28 October 2016 the Gender Development Association held the 1st General Meeting at the Learning House for Development Office, Vientiane Capital. There were 26 participants (17 men and 9 women) from GDA’s members, the executive committee and Ministry of Home Affairs. There were 2 topics of the meeting:
- 3 years activities report.
- New board election.
In the meeting, Ms. Manivanh Suyavong, GDA’s Director, presented the past 3 years activities with the strengths and weaknesses in implementation. The participants gave ideas on how to solve the backlog and make improvements. During the meeting the new board (series 2) was elected from the 8 candidates. Three were elected as an executive committee and 2 as internal control committee:
- Executive committee.
- Viengphasith Thibphasuda President
- Chanthilar Kongkongthip Vice President 1
- Seangthong Phothisan Vice President 2
- Internal control committee.
- Kongjay Vixatheb Head of internal control committee
- Mr. Keovixay Bountuerm Vice of internal control committee