ຂໍເຊີນເຂົ້າຮ່ວມແຂ່ງຂັນສ້າງວິດີໂອລະຄອນສັ້ນ

ສະບາຍດີນ້ອງໆນັກຮຽນຜູ້ສົນໃຈໃນການສ້າງເລື່ອງສັ້ນ ຫຼື ການແຕ່ງບົດເລື່ອງຕ່າງໆ ປະຈຸບັນສະມາຄົມພັດທະນາບົດບາດຍິງ-ຊາຍ ຮ່ວມ ກັບ ຄະນະກຳມະການເພື່ອຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ກະຊວງຖະແຫຼ່ງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ຈັດງານປະກວດວິດີໂອເລື່ອງສັ້ນພາຍໃຕ້ຫົວຂໍ້: ຄວາມສະເໝີພາບຍິງ-ຊາຍໂດຍປະສາສະຈາກການໃຊ້ຄວາມຮຸນແຮງຕໍ່ແມ່ຍິງເຊິ່ງມີລາຍລະອຽດດັ່ງນີ້: ວັນທີ 05 ຫາ 25/05/2016 : ເປີດຮັບສະໝັກແບບຟອມ ວັນ 26/05/2016 ລວບລວມລາຍຊື່ທີມຜູ້ເຂົ້າຮ່ວມປະກວດ ວັນທີ 20/06/2016 ສົ່ງບົດລະຄອນພ້ອມດ້ວຍວິດີໂອຄວາມຍາວບໍ່ເກີນ 10 ນາທີ ວັນທີ 24/06/2016 ປະກາດທີມຊະນະເລີດພ້ອມດ້ວຍມອບລາງວັນ ເວລາ ແລະ ສະຖານທີຈະແຈ້ງຕາມຫຼັງ ເງື່ອນໄຂຜູ້ສະໝັກ: ນັກຮຽນມັດທະຍົມຕົ້ນ, ປາຍ ທັງພາກລັດ ແລະ ເອກະຊົນ ທົ່ວປະເທດ. ລາງວັນ: ທີມຊະນະເລີດທີ 1 : 3,000,000 ກີບ ທີມຊະນະເລີດທີ 2 : 2,000,000 ກີບ ທີມຊະນະເລີດທີ 3:  1,000,000 ກີບ ລາງວັນຊົມເຊີຍ 7 ລາງວັນ: 500,000 ກີບ/ທີມ ລາງວັນຊົມເຊີຍ 2 ທີມ: 500,000 ກີບ ສົນໃຈຂໍ້ມູນເພີ່ມເຕີມສາມາດສອບຖາມໄດ້ທີ່ຫ້້ອງການ GDA ຫຼືໂທ 021263349, 020 29863325 ດາວໂລດໃບສະໝັກ ແລະ ສົ່ງໄດ້ທີ ເວັບໄຊ www.gdalaos.org Facebook: Gender development Association. ແລະ ສົ່ງໃບສະໝັກໄດ້ທີ: sommith@gdalaos.org sml.manylert@gmail.com ຫ້ອງການ ບ້ານສະພານທອງເໜືອ ຫຼື ກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ພະແນກຄວາມ ກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ໂທ: 021213129, 02099962449, 02055415718,02052593119 FORMfinal for Gender and VAW Drama contest
Scroll to Top