ກະຊວງຖວທ ແລະ ສະມາຄົມພັດທະນາບົດບາດຍິງ-ຊາຍ ມອບ-ຮັບ ແຜ່ນຊີດີຮູບເງົາເລື່ອງສັ້ນຄວາມສະ ເໝີພາບຍິງ-ຊາຍ
ຂປລ. ເພື່ອເປັນການເຜີຍແຜ່, ໂຄສະນາ ແລະ ປູກຈິດສຳນຶກໃຫ້ມວນຊົນ ຕໍ່ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃນວັນທີ 22 ທັນວາ 2016 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ພ້ອມທັງເປັນປະທານ ຄະນະກຳມະທິການ ເພື່ອຄວາມກ້າວໜ້າແມ່ຍິງ, ວຽກແມ່ ແລະ ເດັກ ຖະຊວງ ຖວທ ໄດ້ຮັບ ວີດີໂອຊີດີ ຈາກ ທ່ານນາງ ມະນີວັນ ສຸ້ຍຍະວົງ ອຳນວຍການສະມາຄົມບົດບາດ ຍິງ-ຊາຍ ເພື່ອນຳໃຊ້ເຂົ້າ ໃນກິດຈະກຳຕ່າງໆ ທີ່ຕິດພັນກັບຂະບວນການ ຕ້ານຄວາມຮຸນແຮງຕໍ່ແມ່ຍິງ. ເຊິ່ງຄະນະກຳມະການ ເພື່ອຄວາມກ້າວໜ້າແມ່ຍິງ ຖວທ ໄດ້ຮ່ວມກັບອົງການຈັດຕັ້ງ ທາງສັງຄົມ ກໍຄື ສະມາຄົມພັດທະນາບົດບາດ ຍິງ-ຊາຍ ໄດ້ຈັດຕັ້ງຜັນຂະຫຍາຍ ແຜນງານດັ່ງກ່າວ ມາເປັນແຜນກິດຈະກຳຂອງຕົນ ທີ່ໄດ້ດຳເນີນມາແຕ່ຕົ້ນເດືອນເມສາ 2016 ໂດຍພາຍໃຕ້ການຊີ້ນຳຂອງປະທານ ຄະນະກຳມະທິການ […]