ກອງປະຊຸມ ຜັນຂະຫຍາຍ ຂໍ້ສະເໜີແນະຂອງ ສປຊ ຕໍ່ບົດລາຍງານແຫ່ງຊາດປະຈຳໄລຍະທີ 8-9 ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ CEDAW Concluding Observation period 8th – 9th Workshop for Lao CSOs
ໃນຕອນເຊົ້າວັນທີ 02 ສິງຫາ 2019, ທີ່ ສູນຝຶກອົບຮົມສະຫະພັນແມ່ຍິງ, ນະຄອນຫຼວງວຽງຈັນ. ສະມາຄົມພັດທະນາບົດບາດຍິງ-ຊາຍ ໄດ້ຈັດກອງປະຊຸມ “ຜັນຂະຫຍາຍ ຂໍ້ສະເໜີແນະຂອງ ສປຊ ຕໍ່ບົດລາຍງານແຫ່ງຊາດປະຈຳໄລຍະທີ 8-9 ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ”. ເປັນກຽດໂດຍ ທ່ານ ນາງ ຈັນທິລາ ກົງທອງທິບ, ຄະນະບໍລິຫານງານສະມາຄົມພັດທະນາບົດບາດຍິງ-ຊາຍ ຂຶ້ນເປັນປະທານເປີດກອງປະຊຸມ ແລະ ມີຜູ້ເຂົ້າຮ່ວມທັງໝົດ 29 ຄົນ (ຍິງ 22 ຄົນ/ ຊາຍ 7 ຄົນ), ໃນນັ້ນ ມີ ອົງການຈັດຕັ້ງສັງຄົມເຂົ້າຮ່ວມ 10 ອົງກອນ, ອົງການຈັດຕັ້ງສາກົນ 2 ອົງກອນ ແລະ ຈາກພາກລັດ (ຄະນະກຳມະທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສະຫະພັນແມ່ຍິງນະຄອນຫຼວງ ແລະ ກະຊວງພາຍໃນ. In the morning, 2nd August 2019 […]